Saturday, June 2, 2018

ນໍ້າຕົກຕາດຄອນພະເພັງ

ນໍ້າຕົກຕາດຄອນພະເພັງ ຕັ້ງຢູ່ເບື້ອງຕາເວັນອອກຂອງແມ່ນ້ຳຂອງຫ່າງຈາກຕົວເມືອງປາກເຊ 150 ກິໂລແມັດ ໃກ້ແຄມທາງເລກທີ່ 13 ໃຕ້ຫ່າງຈາກຊາຍແດນກໍາປູເຈຍ 13 ກິໂລແມັດ ຄອນພະເພັງຖືກຂະໜານາມວ່າເປັນໄຂ່ມຸກແມ່ນໍ້າຂອງອັນລ້ຳຄ່າຂອງຊາວລາວ ມີຕົ້ນໄມ້ມະຫັດສະຈັນທີ່ເກີດມີມາຄູ່ປະເທດລາວ ແລະ ປວງຊົນລາວຄື: ຕົ້ນໄມ້ມະນີໂຄດ (ເຊິ່ງປັດຈຸບັນແມ່ນເພິ່ນໄດ້ເກັບຂຶ້ນມາໄວ້ເທິ່ງເພື່ອໃຫ້ກາບໄວ້ສັກກະລະບູຊາ). ເປັນນໍ້າຕົກທີ່ມີຄວາມຄ້ອຍຊັນມາແຕ່ເບື້ອງເທິງອັນຍາວໄກເປັນໂຄງສ້າງທຳມະຊາດທີ່ມີຮ່ອມຫີນຜາຂະໜາດກ້ວາງຂວາງຍາວຢຽດແຕ່ເບື້ອງຕາເວັນອອກຫາເບື້ອງຕາເວັນຕົກເປັນນ້ຳຕົກຕາດທີ່ໃຫຍ່ທີ່ສຸດໃນທະວີບອາຊີ ມີລັກສະນະສາຍໂຄ້ງຄ້າຍຄືກັບໜ້າທະນູມີຄວາມສູງຊັນປະມານ 15 ບໍລິມາດນ້ຳຫຼວງຫຼາຍຂອງແມ່ນ້ຳຂອງອັນກ້ວາງໃຫຍ່ໄຫຼສູ່ຮ່ອມຕອນພະເພັງເຮັດໃຫ້ນ້ຳຕົກເກີດພະລັງແຮງທີ່ເກີດມີສຽງດັງກ້ອງກັງວານໄປໄກ.
ຄໍາວ່າ: ຄອນພະເພັງ ຕາມຄໍາເລົ່າຂານຂອງຊາວບ້ານໃນເຂດນັ້ນໄກ້ເວົ້າວ່າ: ຄອນ ແມ່ນໄດ້ມາຈາກນໍ້າຂອງທີ່ໄຫຼຜ່ານດອນຄອນກ່ອນຈະມາເຖິງນໍ້າຕົກແຫ່ງນີ້ ແລະ ພະເພັງ ຫຼື ເພັງ ແມ່ນໄດ້ມາຈາກປະກົດການທໍາມະຊາດ ເຊິ່ງຊາວບ້ານບອກວ່າສຽງຂອງນໍ້າທີ່ຕົກລົງຈາກໂງ່ນຫີນອັນສູງຊັນນັ້ນລົງສູ່ກົ້ນເຫວເຊິ່ງກະທົບໃສ່ໂງ່ນຫີນທີ່ຢູ່ເບື້ອງລຸ່ມ ຈຶ່ງເກີດມີສຽງດັງປະສົມປະສານກັບສຽງຟອງນໍ້າທີ່ຟາດໃສ່ກັບຕາຝັ່ງຫີນນັ້ນຈຶ່ງເປັນສຽງດັງຄ້າຍຄືສຽງເພັງ. ສະນັ້ນຄໍາວ່າ ຄອນ ບວກກັບ ເພັງ ຫຼື ຄອນພະເພັງຈຶ່ງມີການເອີ້ນກັນມາຈົນເຖິງປັດຈຸບັນ. ນອກຈາກນໍ້າຕົກທີ່ມີຄວາມສວຍງາມແລ້ວກໍຍັງມີຫຼາຍຢ່າງທີ່ໜ້າສົນໃຈເປັນຕົ້ນແມ່ນ ຕົ້ນໄມ້ມະນີໂຄດ ທີ່ເປັນຕົ້ນສັກສິດ ແລະ ຕົ້ນໄມ້ມະນີໂຄດຍັງໄດ້ປະກົດຢູ່ໃນເລື່ອງເລົ່ານິທານບູຮານລາວຫຼາຍໆເລື່ອງວ່າ ເປັນຕົ້ນໄມ້ວິເສດມີພຽງສາມງ່າເມື່ອເຫັນຕົ້ນໄມ້ຢູ່ດອນນ້ອຍຕົ້ນໜຶ່ງໃກ້ໆກັບແລວນໍ້າໂຕນລົງຄອນ ກໍເລີຍນິຍົມເຊື່ອຖືກັນວ່າຕົ້ນໄມ້ມະນີໂຄດນີ້ເກີດຢູ່ກາງແລວນໍ້າບໍ່ມີໃຜສາມາດໄປເຖິງໄດ້ ຕົ້ນໄມ້ຕົ້ນນີ້ຈຶ່ງການເປັນຈຸດທີ່ໜ້າສົນໃຈໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ແຕ່ໃນປັດຈຸບັນນີ້ ຕົ້ນໄມ້ມະນີໂຄດໄດ້ຖືກນໍາເອົາມາໄວ້ຢູ່ເທິງບົກ ໂດຍການເອົາໃສ່ຕູ້ແກ້ວໄວ້ໃຫ້ປະຊາຊົນໄດ້ກາບໄຫວ້ບູຊາ ເພາະວ່າຕົ້ນໄມ້ມະນີໂຄດນີ້ກໍມີອາຍຸຫຼາຍແລ້ວ ເຮັດໃຫ້ລໍາຕົ້ນນັ້ນງ່ຽງ ແລະ ເນີ້ງລົງໄປຕາມແລວນໍ້າຕົກ ສະນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ນໍາເອົາຂຶ້ນມາໄວ້ຢູ່ດ້ານເທິງພີ້ ເພາະຖ້າປະໄວ້ອາດຈະສ່ຽງຕໍ່ການຖືກນໍາເຊາະ ແລະ ໄຫຼຕົກລົງໄປຕາມນໍ້າ ເຊິ່ງອາດຈະເຮັດໃຫ້ຕົ້ນໄມ້ມະນີໂຄດນັ້ນສູນຫາຍໄປຕະຫຼອດການກໍອາດເປັນໄດ້.
ນໍ້າຕົກຕາດຄອນພະເພັງ ເປັນນໍ້າຕົກຕາດທີ່ມີຊື່ສຽງແນ່ນອນວ່າຍ່ອມມີສິງອໍານວຍຄວາມສະດວກຫຼາຍຢ່າງເພື່ອຮອງຮັບນັກທ່ອງທ່ຽວ, ພາຍໃນສະຖານທີ່ທ່ອງທ່ຽວນີ້ກໍມີສິ່ງອໍານວຍຄວາມສິດວກຫຼາຍຢ່າງເປັນຕົ້ນແມ່ນ ຫ້ອງນໍ້າ, ຮ້ານອາຫານ, ສະຖານທີ່ຈອດລົດທີ່ກ້ວາງຂວາງ, ມີບໍລິການຖ່າຍຮູບ, ມີຈຸດຊົມວິວທີ່ກ້ວາງຂວາງ, ມີບໍລິການດອກໄມ້ທູບທຽນເພື່ອທີ່ຈະກາບໄຫວ້ຕົ້າໄມ້ມະນີໂຄດ ແລະ ຍັງມີບບໍລິການລົດໄຟຟ້າທີ່ບໍ່ເສຍຄ່າບໍລິການ. ບໍລິເວນທາງເຂົ້າໃຫ້ກັບເດີ່ນຈອດລົດ ກໍຍັງມີຮ້ານຂາຍສິນຄ້າທີ່ລະນຶກນໍາອີກ.
ນໍ້າຕົກຕາດຄອນພະເພັງ ເປັນນໍ້າຕົກຕາດທີ່ມີຄວາມສວຍງາມ ແລະ ນໍ້າຕົກຕາດທີ່ໃຫຍ່ທີ່ສຸດໃນພູມີພາກອາຊີຕາເວັນອອກສຽງໃຕ້ ເຊິ່ງໃນບໍລິເວນພື້ນທີ່ແຫຼ່ງທ່ອງທ່ຽວກໍມີກິດຈະກໍາຫຼາຍຢ່າງເຊັ່ນວ່າ: ການຊົມທິວທັດທໍາມະຊາດບໍລິເວນທາງຍ່າງເຂົ້າໄປຫາຈຸດຊົມວິວນໍ້າຕົກ, ການກາບໄຫວ້ຕົ້ນໄມະມະນີໂຄດ, ບໍລິເວນຈຸດຊົມວິວນັ້ນບັນຍາກາດແມ່ນມີຄວາມຮົ່ມເຢັນມີຊິງຊ້າໃຫ້ຂີ່ ຖ້າໃຜໄດ້ມາສໍາຜັດກັບຕົວເອງກໍຈະຮູ້ສຶກຜ່ອນຄາຍ ແລະ ກິດຈະກໍາທີ່ສ້າງຄວາມດຶງດູດນັກທ່ອງທ່ຽວອີກອັນໜຶ່ງກໍຄືການຊົມປາຂ່າ (ໂລມານໍ້າຈືດ) ເຊິ່ງການຊົມປາຂ່ານີ້ແມ່ນສາມາດຊົມໄດ້ທັງຢູ່ບ່ອນຈຸດຊົມວິວ ແລະ ສາມາດຂີ່ເຮືອໄປຊົມໄດ້.
ນ້ຳຕົກຕາດຄອນພະເພັງເປັນນ້ຳຕົກຂະຫນາດໃຫຍ່ ແລະ ແຮງທີ່ສຸດໃນປະເທດລາວ, ບໍລິ ເວນນໍ້າຕົກແຫ່ງນີ້ມີຄວາມກວ້າງປະມານ 8 ກິໂລແມັດ, ຄວາມຍາວປະມານ 20 ກິໂລແມັດ ແລະ ມີຄວາມສູງປະມານ 15 ແມັດ. ນໍ້າຕົກຕາດຄອນພະເພັງເປັນນຳ້ຕົກຕາດທີ່ໄຫລແຮງເຊິ່ງໄຫລຜ່ານແກ້ງ, ໂງ່ນຫີນເຮັດໃຫ້ມີຫລາຍຄອງຫລາຍແງ່ ສິ່ງນີ້ນີ້ເອງທີ່ເປັນໂຕດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມຄວາມງາມອັນອັດສະຈັນໃຈ ແລະ ຟັງສຽງນຳ້ຕົກຕາດທີ່ດັງແຮງຊ່າ! ຊ່າ! ໄດ້ຍິນສຽງນຳ້ຕົກແລ້ວ ພໍແຕ່ຢາກລົງໄປຫລິ້ນນໍ້າໂລດ ແຕ່ເພິ່ນມີຂໍ້ຫ້າມຄືບໍ່ໃຫ້ລົງຫລິ້ນນໍ້າເພາະນໍ້າມັນໄຫລແຮງມີພຽງແຕ່ຖ່າຍຮູບໄວ້ເປັນທີ່ລະນຶກທົ່ານັ້ນ.
ປັດຈຸບັນນີ້ນໍ້າຕົກຕາດຕອນພະເພັງກໍມີການປັບປຸງໄປຫລາຍສ່ວນບໍ່ວ່າຈະເປັນຈຸດຊົມວິວຖ່າຍຮູບເພິ່ນກໍໄດ້ສ້າງຕື່ມຈາກແຕ່ກ່ອນມີພຽງຈຸດດຽວທີ່ບໍ່ສາມາດຕອບສະຫນອງຄວາມຕ້ອງການຂອງນັກທ່ອງທ່ຽວໄດ້ຫມົດທຸກຄົນແທນທີຖ່າຍຮູບມາຈະໄດ້ວິວທິວທັດທຳມະຊາດງາມໆພັດໄດ້ແຕ່ຮູບຄົນທີ່ບຽດກັນຢູ່ແລະນັ້ນກໍເປັນສາເຫດຫນຶ່ງທີ່ເຮັດໃຫ້ມີຈຸດຊົມວິວຖ່າຍຮູບເພີ່ມຂຶ້ນເປັນສາມຈຸດລວມທັງອັນເກົ່ພຽງເທົ່ານີ້ເຮົາກໍສາມາດກະຈາຍນັກທ່ອງທ່ຽວບໍ່ໃຫ້ແອອັດກັນໄດ້.


  

ນອກຈາກທ່ຽວຊົມນໍ້າຕົກຕາດຄອນພະເພັງແລ້ວ ຍັງມີຈຸດເດັ່ນອີກອັນຫນຶ່ງທີ່ພາດບໍ່ໄດ້ນັ້ນກໍຄື ມາສັກກະລະບູຊາຂາບໄຫວ້ຂໍພອນນຳຕົ້ນໄມ້ມະນີໂຄດນັ້ນເອງ, ເນື່ອງຈາກວ່າຕົ້ນໄມ້ມະນີໂຄດນັ້ນຫັກລົງ ເພິ່ນກໍເລີຍນຳເອົາຕົ້ນໄມ້ໃສ່ໄວ້ໃນຕູ້ແກ້ວທີ່ມີຄວາມຫນາແຫນ້ນທົນທານແຂງແກ່ນ. ສະຖານທີ່ສັກກະລະບູຊາຕົ້ນໄມ້ມະນີໂຄດແມ່ນຢູ່ໃນບໍລິເວນນຳ້ຕົກຕາດຄອນພະເພັງ ກ່ອນຈະໄປຫານຳ້ຕົກຕາດກໍຕ້ອງຜ່ານຈຸດນີ້ສາກ່ອນ ໃຜໄປທ່ຽວແລ້ວກໍຢ່າລືມຂາບໄຫວ້ຕົ້ນໄມ້ມະນີໂຄດພ້ອມກັບຕີຄ້ອງເພື່ອຄວາມເປັນສິຣິມຸງແກ່ຕົນເອງ ແລະ ຄອບຄົວ.